Saved Item Layout Part

ຕັ້ງແຕ່ປີ 2008 ຫາ ປີ 2020, ອຸດສາຫະກຳຮູບເງົາພາຍໃນປະເທດທີ່ຢຸດຊະງັກເປັນເວລາ​ຍາ​ນານໃນລາວເລີ່ມຕົ້ນ​ຟື້ນຄືນຊີບ​, ໂດຍມີຮູບເງົາລາວຈຳນວນໜຶ່ງທີ່ຜະລິດໂດຍຜູ້ກຳກັບຄົນລາວໄດ້ອອກສູ່ສາຍຕາ​ຜູ້ຊົມໃນແຕ່ລະປີຈົນເຖິງປີ 2019. ​ໃນບໍລິບົດນີ້, ໃນຊ່ວງ 34 ປີ ແຕ່​ປີ 1975 ​ຈົນເຖິງປີ 2008​ ຊຶ່ງ​ເປັນປີທີ່ຮູບເງົາ “ສະບາຍດີ ຫຼວງພະບາງ “ ​ໄດ້ອອກສູ່ສາຍຕາ​ຜູ້ຊົມ,​ ຍັງບໍ່ມີຮູບເງົາເພື່ອການຄ້າໃດໆ ທີ່ຜະລິດໃນປະເທດເລີຍ. ແນ່ນອນແລ້ວວ່າ​, ສາມາດເຂົ້າເຖິງຮູບເງົາ ແລະ ໂທລະພາບພາກພາສາໄທ​ໄດ້, ແລະ ໃນທຸກມື້ນີ້ກໍຍັງສືບຕໍ່ຄອບງໍາການບໍລິໂພກສື່ໃນທົ່ວປະເທດລາວຢູ່; ເຖິງຢ່າງໃດກໍຕາມ, ປະຊາ ຊົນລາວບັນດາເຜົ່າກໍມີເລື່ອງ​ເລົ່າສູ່ກັນຟັງຂອງຕົນ, ມີຫຼາກຫຼາຍພາສາ,​ ວັັດທະນາທໍາ ແລະ ຮີດຄອງປະເພນີ, ການປູກຝັງ​ຮູບເງົາພາຍໃນປະເທດແບບຄ່ອຍເປັຍຄ່ອຍໄປກໍ່ເລີ່ມຕົ້ນມີເລື່ອງເລົ່າສູ່ກັນຟັງຢູ່ພາຍໃນ ແລະ ຕ່າງປະເທດ. ຈົ່ງລອງຈິນຕະນາການເບິ່ງເຖິດວ່າ​ຄວາມມະຫັດສະຈັນ ແລະ ຄວາມຕື່ນເຕັ້ນຂອງການໄດ້ຍິນພາສາຊາດຂອງຕົນເອງຢູ່ໃນໜ້າ​ຈໍເປັນຄັ້ງທໍາອິດຈະເປັນແນວໃດ.