ຫ້ອງຮຽນຮູບເງົາ | Filmmaking 101
ບຸນມະໂຫລານຮູບເງົາຫຼວງພະບາງ ໄດ້ຮ່ວມກັບ ລາວນິວເວຟ໌ ຊິເນມາ ເພື່ອເປີດຊຸດວີດີໂອ ສຳລັບກິດຈະກຳການສຶກສາໃໝ່ສຸດນັ້ນກໍ່ຄື ຫ້ອງຮຽນຮູບເງົາ. ໂຄງການນີ້ປະກອບດ້ວຍວີດີໂອບົດສອນສາທິດສຳລັບນັກສ້າງຮູບເງົາລາວ ເປັນພາສາລາວ, ທີ່ອັບຂຶ້ນໃນ YouTube ແລະ Facebook ເພື່ອເປັນບ່ອນອີງຢ່າງຕໍ່ເນື່ອງ ສຳລັບນັກສ້າງສັນຂອງວົງການສື່ໃນລາວ. ນຳສະເໜີໂດຍ ແກ້ວຂວັນ ແສງພະຈັນ (ນັກສະແດງ, ນັກຮ້ອງ, ແລະນັກສ້າງຮູບເງົາທີ່ເປັນທີ່ຮູ້ຈັກຂອງ ລາວ) ແລະ ອານິໄຊ ແກ້ວລາ (ປະທານລາວນິວເວຟ໌ ຊິເນມາ ແລະ ນັກຂຽນ-ຜູ້ກຳກັບ ເລື່ອງປາຍທາງ ແລະ ນ້ອຍ), ວີດີໂອແຕ່ລະອັນສຸມໃສ່ແຕ່ລະດ້ານ ຂອງການຜະລິດຮູບເງົາ.
ວີດີໂອເຫຼົ່ານີ້ ຜະລິດທີ່ສຕູດີໂອຂອງລາວນິວເວຟ໌ ຊີເນມາ ໃນວຽງຈັນ, ໂດຍມີສາກຮູບເງົາຕົວຈິງ ແລະ ຄຳອະທິບາຍລະອຽດກ່ຽວກັບທັກສະຫຼາຍອັນທີ່ຈຳເປັນສຳລັບການສ້າງຮູບເງົາເຊັ່ນ ວິທີກະກຽມສຳລັບການສ້າງ, ວິທີຮັບປະກັນມຸມທີ່ຕ້ອງການ, ຂໍ້ແນະນຳສຳລັບການຕັດຕໍ່ໃຫ້ໄດ້ຄຸນນະພາບ. ໃນປະເທດທີ່ບໍ່ມີໂຮງຮຽນສອນກ່ຽວກັບຮູບເງົາ ແລະ ອຸດສາຫະກຳຮູບເງົາທີ່ຫາກໍ່ເລີ່ມ, ວີດີໂອເຫຼົ່ານີ້ໄດ້ຖືກອອກແບບມາສະເພາະສຳລັບນັກສ້າງຮູບເງົາທີ່ມີງົບໜ້ອຍ ຫຼື ບໍ່ມີເລີຍ ເພື່ອສະແດງໃຫ້ເຫັນວ່າການສ້າງຮູບເງົານັ້ນແມ່ນເຮັດໄດ້.
The Luang Prabang Film Festival has joined forces with Lao New Wave Cinema to launch a series of videos for its newest educational activity, Filmmaking 101. The program consists of nine short tutorial videos for Lao filmmakers in the Lao language, released on YouTube and Facebook as an ongoing reference for creators of media in Laos.
Hosted by Kaewkun Saengphachan (a well-known Lao actor, singer, and filmmaker) and Anysay Keola (president of Lao New Wave Cinema and writer/director of At the Horizon and Above it All), each video focuses on a different aspect of film production. Produced at the Lao New Wave Cinema studio in Vientiane, the videos feature practical shots and detailed explanation regarding numerous skills needed for filmmaking, like how to prepare for a production, ways to achieve certain visual effects, or tips for high-quality editing.
In a country with very few film schools and a nascent film industry, these videos aim to help specifically for filmmakers with little to no budget in order to show how accessible filmmaking can really be.