ສະຫວັນນະເຂດ
ວັນເສົາ ທີ 14 ຕຸລາ 2023, ເວລາ 6 ໂມງແລງ ເປັນຕົ້ນໄປ
ສະຖານທີ່: ໂຮງຮູບເງົາ ລາວເຈຣີນ, ນະຄອນໄກສອນ, ແຂວງສະຫວັນນະເຂດ
ຂໍເຊີນຊວນຜູ້ຊົມທາງນະຄອນໄກສອນ, ທາງແຂວງສະຫວັນນະເຂດ ເຂົ້າຮ່ວມຮັບຊົມການສາຍຮູບເງົາລາວ ເຊີ່ງແມ່ນຜົນງານການສ້າງ ແລະ ກຳກັບໂດຍສີມືຄົນລາວ ນຳສະເຫນີໂດຍ Blue Chair ແລະ ກອງທຶນນັກສ້າງຮູບເງົາລາວ, ໂດຍຈະມີ ທ່ານ ພອນວິໄລ ນາມມະວົງສາ ຮັບຫນ້າທີ່ເປັນພິທີກອນ ໃຫ້ການຕ້ອນຮັບບັນດາແຂກທີ່ເຂົ້າມາຮ່ວມມ່ວນຊື່ນ ເບີ່ງຮູບເງົາລາວ ແລະ ການສະແດງເຕັ້ນຈາກທິມງານພື້ນຖິ່ນ ໃນຄັ້ງນີ້, ສະຖານທີ່ຈັດງານ ໂຮງຮູບເງົາ ລາວເຈຣີນ, ວັນທີ 14 ຕຸລາ 2023, ເວລາ 6 ໂມງແລງ ເປັນຕົ້ນໄປ, ຮູບເງົາທັງຫມົດເປັນພາສາລາວ ແລະ ມີຄຳບັນຍາຍເປັນພາສາອັງກິດ.
ຂໍຂອບໃຈມາຍັງອົງການຮ່ວມມືເພື່ອການພັດທະນາ ແຫ່ງປະເທດສະວິສເຊີແລນ, ສະຖານທູດການາດາ ປະຈຳລາວ ທີ່ໃຫ້ການສະຫນັບສະຫນູນການສາຍຮູບເງົາຄັ້ງນີ້.
ລາຍການ
18:00 ຕ້ອນຮັບແຂກຜູ້ຊົມ
18:15 ການສະແດງເຕັ້ນໂດຍ M-Frolic Academy
18:30 ຮູບເງົາສັ້ນ: “ຜ້າຫົ່ມ”
18:45 ຮູບເງົາສັ້ນ: “ເລື່ອງລາວຂອງນາ”
19:00 ຮູບເງົາຍາວ: “ຮັກນີ້ບໍ່ມີສຽງ”