ຮັກນີ້ບໍ່ມີສຽງ
ນ້ອຍ, ເດັກຊາຍຫູໜວກຜູ້ພະຍາຍາມປະທັງຊີວິດອັນແສນລຳບາກດ້ວຍຕົນເອງຢູ່ຫຼວງພະບາງ, ໄປອາໄສຢູ່ໂຮງຮຽນຫຼັງນ້ອຍແຫ່ງໜຶ່ງທີ່ລາວໄດ້ຮຽນກັບເດັກຫູໜວກຄົນອື່ນໆ – ແລະ ໄດ້ເປັນໝູ່ກັບເຈນ, ຜູ້ທີ່ພໍ່ແມ່ບໍ່ຢາກໃຫ້ຫຼິ້ນກັບເດັກຫູໜວກຢູ່ໂຮງຮຽນນັ້ນ. ເມື່ອທັງສອງພົບບັນຫາໃຫຍ່, ພໍ່ຂອງເຈນ ກໍໂທດນ້ອຍ ແລະ ຂູ່ໂຮງຮຽນຂອງລາວພ້ອມ.
ຮູບເງົາເລື່ອງນີ້ແມ່ນຖືກຖ່າຍທຳທີ່ແຂວງຫລວງພະບາງທັງຫມົດ ແລະ ໄດ້ເຂົ້າສາຍຮອບປະຖົມມະທັດທີ່ງານ Blue Chair ຫລວງພະບາງ ໃນເດືອນທັນວາ 2022 ທີ່ຜ່ານມາ. ຮູບເງົາ “ຮັກນີ້ບໍ່ມີສຽງ” ແມ່ນຫນື່ງໃນບັນດາ 7 ໂຄງການຮູບເງົາທີ່ໄດ້ຮັບທຶນສ້າງຈາກ ກອງທຶນນັກສ້າງຮູບເງົາລາວ ປະຈຳປີ 2020.
ຮູບເງົາເປັນພາສາລາວ ແລະ ຄຳບັນຍາຍພາສາອັງກິດ
ຄວາມຍາວ: 1 ຊມ 30 ນທ
ງານເປີດເລີ່ມ ເວລາ 7 ໂມງແລງເປັນຕົ້ນໄປ
ໂອ້ລົມກັບຜູ້ກຳກັບ ແລະ ທິມງານ ເວລາ 7:30 ໂມງແລງ
ເລີ່ມສາຍຮູບເງົາ ເວລາ 8 ໂມງແລງ